Back to all jobs
D

Intern, City Support

Deliveryhero

Savannakhet · LA · us Internship 2h ago

Job description

ຊ່ວຍຊອກຫາຮ້ານອາຫານໃຫ້ເຂົ້າມາເປັນຄູ່ຮ່ວມທຸລະກິດກັບບໍລິສັດຕາມເປົ້າໝາຍທີ່ກຳນົດໄວ້; ຊ່ວຍລົງຂໍ້ມູນຮ້ານອາຫານໃໝ່ໃນລະບົບ; ຊ່ວຍປິດບັນຊີຮ້ານອາຫານທີ່ບໍ່ຜ່ານມາດຕະຖານ (zombie) ໃນລະບົບ; ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າສາຍງານ. ຍິນດີຕອນຮັບນັກສຶກສາຈົບໃໝ່; ວຸທິການສຶກສາ ສາຂາບໍລິຫານທຸລະກິດ ຫຼື ສາຍອື່ນໆທີ່ກ່ຽວຂ້ອງ. ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite. ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ, ການສື່ສານ ແລະ ການເຈລະຈາ, ຮັກໃນການບໍລິການ ແລະ ມີມະນຸດສຳພັນດີ. ມີພາຫະນະເປັນຂອງຕົນເອງ, ມີຄວາມຄຸ້ນເຄີຍ ແລະ ເຂົ້າໃຈສະພາບທ້ອງຖິ່ນ. ມີຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຊື້ຂາຍອາຫານອອນລາຍ ຫຼື ກ່ຽວກັບ/ຄ້າຍຄື ຟູດແພນດ້າ ຈະພິຈາລະນາເປັນພິເສດ. ມີເງິນອຸດໜູນ ແລະ ສ່ວນຫຼຸດ ຟູດແພນດ້າ ໃຫ້! ມີລະບົບຮຽນຮູ້ດ້ວຍຕົນເອງອອນໄລ (self-paced online learning platform) ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ. ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ. ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ. ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ. ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ. Foodpanda ເປັນສ່ວນໜຶ່ງຂອງ Delivery Hero Group, ເຊິ່ງເປັນແພລດຟອມຈັດສົ່ງອາຫານທ້ອງຖິ່ນຊັ້ນນໍາຂອງໂລກ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງມອບປະສົບການທີ່ດີເລີດ - ໄວ, ງ່າຍ, ແລະ ສົ່ງເຖິງໜ້າປະຕູເຮືອນຂອງທ່ານ. ພວກເຮົາດໍາເນີນທຸລະກິດຢູ່ໃນປະມານ 65 ປະເທດທົ່ວໂລກ. ມີສໍານັກງານໃຫຍ່ຢູ່ທີ່ເບີລິນ, ເຢຍລະມັນ. Delivery Hero ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ Frankfurt ຕັ້ງແຕ່ປີ 2017 ແລະ ເປັນສ່ວນໜຶ່ງຂອງດັດຊະນີຫຼັກຊັບ MDAX.